ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍຕໍ່ກອງປະຊຸມ ສຸດຍອດສະຫະພາບອາຟຣິກາ ຄັ້ງທີ 37
ໂທລະພາບສູນກາງ ສປຈີນ ໄດ້ເຜີຍແຜ່ວັນທີ 17 ກຸມພາ 2024 ຜ່ານມານີ້ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດ ຈີນ ໄດ້ສົ່ງສານ
ເພື່ອຊົມເຊີຍກອງປະຊຸມສຸດຍອດສະຫະພາບອາຟຣິກາ ຫຼື AU ຄັ້ງທີ 37 ທີ່ຈັດຂຶ້ນຢູ່ນະຄອນຫຼວງອາດິສອາເບບາ, ປະເທດ ເອທິໂອປີ.
ເນື້ອໃນສານຊົມເຊີຍຂອງ ທ່ານ ສີ ຈິ້ນຜິງ ໄດ້ລະບຸວ່າ: ໂລກໃນປັດຈຸບັນພວມປະເຊີນໜ້າກັບການປ່ຽນແປງຂະໜາດໃຫຍ່ທີ່ບໍ່ເຄີຍມີມາ
ກ່ອນໃນຮອບຮ້ອຍປີ, “ພາກໃຕ້ຂອງໂລກ” ທີ່ຖືຈີນ ແລະ ອາຟຣິກາ ເປັນຕົວແທນນັ້ນ ໄດ້ມີການພັດທະນາຢ່າງຈະເລີນຮຸ່ງເຮືອງ ເຊິ່ງໄດ້
ສົ່ງຜົນຕໍ່ຂະບວນການພັດທະນາຄັ້ງປະຫວັດສາດທົ່ວໂລກ. AU ໄດ້ເຮັດໃຫ້ບັນດາປະເທດອາຟຣິກາ ມີຄວາມສາມັກຄີກັນ ແລະ ເຂັ້ມ
ແຂງຂຶ້ນ, ທັງໄດ້ອອກແຮງຊຸກຍູ້ການເຊື່ອມໂຍງເຂົ້າກັນ ແລະ ການກໍ່ສ້າງເຂດການຄ້າເສ ລີ. AU ຍັງໄດ້ເຂົ້າເປັນສະມາຊິກ G20 ຢ່າງ
ສຳເລັດຜົນ ເຊິ່ງເປັນການຍົກສູງ ລັກສະນະຕົວແທນ ແລະ ສິດການສະແດງຄວາມເຫັນຂອງອາຟຣິກາ ໃນການຄຸ້ມຄອງທົ່ວໂລກ.
ຈີນ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ເລື່ອງດັ່ງກ່າວ. ສານຊົມເຊີຍຂອງ ທ່ານ ສີ ຈິ້ນຜິງ ຍັງໄດ້ເນັ້ນໜັກວ່າ: ໃນເວລາ 1 ປີຜ່ານ
ມາ, ການພົວພັນລະຫວ່າງຈີນ ກັບ ອາຟຣິກາໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ, ກອງປະຊຸມສົນທະນາຜູ້ນຳຈີນ-ອາຟຣິກາ ໄດ້
ຈັດຂຶ້ນຢ່າງສຳເລັດຜົນ, ສອງຝ່າຍ ໄດ້ຕົກລົງສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຄົ້ນຫາເສັ້ນທາງຄວາມທັນສະໄໝຂອງຕົນ ແລະ ຮ່ວມ
ກັນສ້າງສະພາບແວດລ້ອມທີ່ດີ ເພື່ອບັນລຸໄດ້ວິໄສທັດການພັດທະນາໃຫ້ປາກົດຜົນເປັນຈິງ. ພາຍໃນປີ 2024 ນີ້, ຈະມີກອງປະຊຸມ ຄັ້ງ
ໃໝ່ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ, ຂ້າພະເຈົ້າຍິນດີຮ່ວມກັນກັບຜູ້ນຳບັນດາປະເທດອາຟຣິກາ, ເພື່ອເລັງໃສ່ສ້າງຄວາມ
ສຸກໃຫ້ແກ່ປະຊາຊົນສອງຝ່າຍ, ຕັ້ງໃຈຈັດວາງແຜນການໃໝ່ໃນການຮ່ວມມືລະຫວ່າງຈີນ ກັບ ອາຟຣິກາ, ຊຸກຍູ້ການພ້ອມກັນສ້າງປະຊາ
ຄົມຮ່ວມຊາຕາກຳຈີນ-ອາຟຣິກາ ໃນລະດັບສູງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/02/2024